ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດ​ເຊຍ ເປີດເຜີຍ​ລະບົບ​ປ້ອງ​ກັນ​ທາງ​ອາກາດ ZAK-23E


     ໜັງສື​ພີມປະຊາຊົນ​ຫວຽດນາມ ລາຍ​ງານວ່າ: ຣັດ​ເຊຍ​ ໄດ້​ເປີດເຜີຍ​ອາວຸດ​ໃໝ່​ຫຼ້າ​ສຸດ​ຂອງ​ຕົນ (SPAAG) ເຊິ່ງເປັນລົດ​ຫຸ້ມ​ເກາະ​ຕິດ​ຕັ້ງ​ລະບົບ
​ປ້ອງ​ກັນ​ທາງອາກາດ​ໄລຍະ​ສັ້ນ ZAK-23E (SHORAD) ປະກອບ​ດ້ວຍ​ປືນ​ອັດຕະໂນມັດ 23 ​ມມ ZU-23 ສອງກະບອກ​ທີ່​ຕິດ​ຢູ່​ເທີງ​ລົດ​ຫຸ້ມ​ເກາະ
BTR-82A.

     ລະບົບ​ດັ່ງກ່າວ​ໄດ້​ຖືກ​ພັດທະນາ​ໂດຍ ​ບໍລິສັດ​ຫຸ້ນ​ສ່ວນ Tulamashzavod ແລະ ສູນ​ຄົ້ນຄວ້າ​ພັດທະນາ​ຂອງ​ບໍລິສັດ​ຫຸ້ນ​ສ່ວນ Elins ໃນ​ງານ
​ວາງສະແດງ​ເຕັກນິກ-ການ​ທະຫານ​ສາກົນ 2023 ໄດ້​ເປີດ​ຂຶ້ນ​ໃນ​ ວັນ​ທີ 14ສິງຫາ ຜ່ານ​ມາ​ນີ້, ທີ່​ນະຄອນຫຼວງ ມົດ​ສະ​ກູ ປະເທດ ຣັດ​ເຊຍ. ລະບົບ​
ປ້ອງ​ກັນ​ທາງ​ອາກາດ​ເຄື່ອນ​ທີ່ ZAK-23E 8x8 ນີ້ ມີອັດຕາ​ການ​ຍິງ​ເຖິງ 3,500 ລູກ​ຕໍ່​ນາທີ. ລະບົບ​ປ້ອງ​ກັນ​ອາກາດ, ສາມາດຍິງ​ເປົ້າ​ໝາຍ​ໄດ້​ໄກ​
ເຖິງ 2,5 ກິໂລແມັດ ແລະ ໃນ​ລະດັບ​ຄວາມ​ສູງ​ເຖິງ 2,000 ແມັດ. ໂດຍ​ມີ​ເຄື່ອງ​ກວດ​ຈັບ​ເອ​ເລັກ​ໂຕຣ​ນິກ​ແບບ​ພິເສດ, ສາມາດ​ຮັບ​ມືກັບ​ໄພ​ຂົ່ມຂູ່​
ທາງ​ອາກາດ ​ໄດ້​ແບບໂອໂຕ​ເຊັ່ນ: ໂດຣນ, ເຮລິ​ກົບ​ແຕ, ລູກສອນ​ໄຟ​ນຳ​ວິຖີ BTR-82A. ZAK-23E ປືນ​ຕໍ່ຕ້ານເຮືອ ບິນ 2A7M, ປືນ​ອັດຕະໂນ
ມັດ​ຂະໜາດ 23 ​ມມ ເຊິ່ງ​ແມ່ນ​ລຸ້ນພັດທະນາ​ມາ​ຈາກ ZU-23-2, ອອກ​ແບບ​ມາ​ເພື່ອ​ທຳລາຍ​ເປົ້າ​ໝາຍ​ທາງ​ອາກາດໃນໄລຍະ​ຕ່ຳ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 24/08/2023